ປະກາດສຳຄັນ!
ທາງ LaoBB.com ຈະທຳການປ່ຽນແປງລະບົບຄັ້ງໃຫຍ່ ເຊິ່ງອາດເຮັດໃຫ້ຂໍ້ມູນໃນເວັບບອດຂອງທ່ານເສຍຫາຍ ກະລຸນາສຳຮອງຂໍ້ມູນສຳຄັນໄວ້ ແລະລໍຄອຍການພົບກັບຮູບແບບໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ!
ຍິນດີຕ້ອນຮັບເຂົ້າສູ່ LaoBB.com
ສະບາຍດີ,
ເວັບໄຊແຫ່ງນີ້ ສ້າງຂຶ້ນມາໂດຍຄວາມບັງເອີນທີ່ເຈດຕະນາໄວ້ແລ້ວ ຈຸດປະສົງແມ່ນເພື່ອຈະໃຫ້ຄົນລາວໄດ້ມີ ກະດານສົນທະນາ ຫຼືທີ່ເອີ້ນກັນໃນອີກຫລາຍ ໆ ຊື່ເຊັ່ນ Forums, Webboards, Bulletin Board ເປັນຕົ້ນ ເຊິ່ງຕົ້ນກຳເນີດຂອງເວັບໄຊນີ້ ເລີ່ມຂຶ້ນຈາກກະທູ້ໃນ au8ust's community ຈົນກາຍມາເປັນເວັບໄຊ LaoBB.com ນັ້ນແລ
ລາວບີບີ.ຄອມ ຄຳວ່າ ລາວ ເຊື່ອວ່າທຸກ ໆ ຄົນເຂົ້າໃຈດີ ແຕ່ວ່າ ບີບີ ນັ້ນ ມາຈາກ BB ເຊິ່ງຫຍໍ້ມາຈາກ Bulletin Board ຫມາຍເຖິງ ກະດານສົນທະນາໃນອິນເຕີເນັດໃຊ້ເພື່ອສົນທະນາໃນຫົວຂໍ້ຕ່າງ ໆ
ເປັນຫຍັງຕ້ອງໃຊ້ລາວບີບີ?
- ບໍ່ມີໂຄສະນາກວນໃຈ
- ບໍ່ເສຍຄ່າທຳນຽມ
- ບໍ່ມີບັນຫາກັບພາສາລາວ ຫຼືພາສາໃດ ໆ ເພາະໃຊ້ UTF-8
- ເລືອກພາສາຂອງ UI ໄດ້ຫລາຍພາສາເຊັ່ນ ລາວ, ອັງກິດ, ຈີນ, ຍີ່ປຸ່ນ, ຝຣັ່ງ, ໄທ
- ສະຫມັກສະມາຊິກແລ້ວເປີດໃຊ້ບໍລິການໄດ້ທັນທີ ບໍ່ຕ້ອງຖ້າ ບໍ່ຕ້ອງຍື່ນເອກະສານ ບໍ່ຕ້ອງສຳເນົາບັດປະຊາຊົນ
- ຄົນລາວບໍລິຫານ ມີຫຍັງລົມກັນໄດ້
- ເຈົ້າຂອງດຽວກັບ LaoBlogger, LaoUpload, Punlao, au8ust.org ແລະອື່ນ ໆ ທ່ານຈຶ່ງໝັ້ນໃຈໄດ້ວ່າ ໃຊ້ດີແທ້ແນ່ນອນ
ຄລິກດ້ານລຸ່ມເພື່ອລົງທະບຽນເປີດໃຊ້ງານກະດານສົນທະນາຂອງທ່ານ ຟຣີ!.
ອັບເດດຂໍ້ມູນຂ່າວສານຈາກລາວບີບີ
- 26/10/08 - ເພີ່ມລະບົບ RSS ໃຫ້ກັບເວັບບອດ
- 23/10/08 - ແກ້ໄຂບັນຫາຕັ້ງ ແລະຕອບກະທູ້ບໍ່ໄດ້ເນື່ອງຈາກມີບັນຫາໃນຖານຂໍ້ມູນ
- 21/10/08 - ແກ້ໄຂ backend ລະ styles
- ແກ້ໄຂຮູບພາບໃນບາງ Styles ເຮັດໃຫ້ສາມາດຕອບ ແລະຕັ້ງກະທູ້ໄດ້ຕາມປົກກະຕິ
- ແກ້ໄຂການເຊື່ອມຕໍ່ຖານຂໍ້ມູນໃຫ້ເປັນ UTF-8 ເພື່ອແກ້ບັນຫາໝວດຂອງເວັບບອດໃຫ້ອ່ານໄດ້ເປັນພາສາລາວທັງໝົດ
- 28/07/08 - ອັບເດດພາສາລາວໃຫ້ເປັນເວີຊັນຫຼ້າສຸດ
- 30/05/08 - ຕອນນີ້ເລີ່ມເປີດໃຊ້ງານພາສາລາວແລ້ວ ແຕ່ຍັງບໍ່ທັນເປັນພາສາລາວຫມົດທຸກສ່ວນເທື່ອ ທີມງານພັນລາວກຳລັງດຳເນີນການແປຢູ່
ຕົວຢ່າງ Styles ທີ່ສາມາດເລືອກໃຊ້ໄດ້
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
![]() |
ກະທູ້ຫລ້າສຸດຈາກກະດານຊ່ວຍເຫລືອ



















